Saturday, November 13, 2010

ອັປປະມາທະ : ຄວາມບໍ່ປະໝາດ

ອັປປະມາທະ : ຄວາມບໍ່ປະໝາດ




ຄວາມບໍ່ປະໝາດ ຄື ຄວາມເປັນຢູ່ຢ່າງບໍ່ຂາດສະຕິ ຫຼື ຄວາມພຽນທີ່ມີສະຕິເປັນເຄື່ອງເລັ່ງແລະຄວບຄຸມ ໄດ້ແກ່ ການດຳເນີນຊີວິດໂດຍມີສະຕິເປັນເຄື່ອງກຳກັບຄວາມປະພຶດປະຕິບັດ ແລະການກະທຳທຸກຢ່າງ ລະມັດລະວັງຕົວ ບໍ່ຍອມຖະຫຼຳລົງໄປໃນທາງເສື່ອມ ແຕ່ບໍ່ຍອມພາດໂອກາດສຳລັບຄວາມດີງາມ ແລະຄວາມຈະເລີນກ້າວໜ້າ ຄິດຫງຳໃນສິ່ງທີ່ຄວນເຮັດຄວນທຳແລະເພິ່ງລະເວັ້ນ ໃສ່ໃຈສຳນຶກຢູ່ສະເໝີໃນໜ້າທີ່ອັນຈະຕ້ອງຮັບຜິດຊອບ ບໍ່ຍອມປ່ອຍປະລະເລີຍ ເຮັດວຽກງານດ້ວຍຄວາມຈິງຈັງ ຮອບຄອບ ແລະກ້າວໜ້າໄປເລື້ອຍໆ - Appamāda : earnestness; diligence; heedfulness)ຂໍ້ນີ້ ເປັນອົງປະກອບພາຍໃນ(internal factor; personal factor) ແລະເປັນຝ່າຍສະມາທິ(a factor belonging to the category of concentration).

ພິກຂຸທັງຫຼາຍ ເມື່ອອາທິດອຸໄທຢູ່ ຍ່ອມມີແສງອະລຸນຂື້ນມາກ່ອນ ເປັນບຸບພະນິມິດ ສັນໃດ ຄວາມເຖິງພ້ອມດ້ວຍຄວາມບໍ່ປະໝາດ ກໍເປັນຕົວນຳ ເປັນບຸບພະນິມິດແຫ່ງການເກີດຂື້ນຂອງອາຣະຍະອັຕຖັງຄິກະມັກຄ໌ ແກ່ພິກຂຸ ສັນນັ້ນ.

ທັມເອກ ທີ່ມີອຸປະກາຣະຄຸນຫຼາຍ ເພື່ອການເກີດຂື້ນແຫ່ງອາຣະຍະອັດຖັງຄິກະມັກຄ໌ ກໍຄື ຄວາມເຖິງພ້ອມດ້ວຍຄວາມບໍ່ປະໝາດ.

ເຮົາບໍ່ເລັງເຫັນທັມອື່ນ ແມ່ນແຕ່ພຽງໜ້ອຍດຽວ ເຊິ່ງເປັນເຫດໃຫ້ອາຣະຍະອັດຖັງຄິກະມັກຄ໌ ທີ່ຍັງບໍ່ທັນເກີດ ກໍເກີດຂື້ນ ທີ່ເກີດຂື້ນແລ້ວ ກໍຈະເລີນບໍລິບູນ ເໝືອນດັ່ງຄວາມເຖິງພ້ອມດ້ວຍຄວາມບໍ່ປະໝາດນີ້ເລີຍ.

ຮອຍຕີນຂອງສັດບົກທັງຫຼາຍ ຊະນິດໃດໆ ກໍຕາມ ຍ່ອມລົງໃນຮອຍຕີນຊ້າງໄດ້ທັງໝົດ, ຮອຍຕີນຊ້າງ ເອີ້ນວ່າເປັນຍອດຂອງຮອຍຕີນເຫຼົ່ານັ້ນ ໂດຍຄວາມໃຫຍ່ສັນໃດ ກຸສົລທັມທັງຫຼາຍ ຢ່າງໃດໆກໍຕາມ ຍ່ອມມີຄວາມບໍ່ປະໝາດເປັນມູນ ປະຊຸມລົງໃນຄວາມບໍ່ປະໝາດໄດ້ທັງໝົດ ຄວາມບໍ່ປະໝາດ ເອີ້ນໄດ້ວ່າ ເປັນຍອດທັມເຫຼົ່ານັ້ນ ສັນນັ້ນ.

ຜູ້ມີກັນລະຍານະມິດ ເພິ່ງເປັນຜູ້ຢູ່ໂດຍອາໄສທັມເອກຂໍ້ນີ້ ຄື ຄວາມບໍ່ປະໝາດ ໃນກຸສົລທັມທັງຫຼາຍ.

ທັມເອກອັນຈະຢຶດເອົາປະໂຫຍດໄດ້ໄວ້ທັງ 2 ຢ່າງ ຄື ທັງທິດຖິທັມມິກັຕຖະ (ປະໂຫຍດປັດຈຸບັນ, ປະໂຫຍດສະເພາະໜ້າ, ຫຼືປະໂຫຍດສາມັນຂອງຊີວິດ ເຊັ່ນ ຊັບ ຍົດ ກາມະສຸກ ເປັນຕົ້ນ) ແລະສັມປະຣາຍິກັດຖະ(ປະໂຫຍດເບື້ອງໜ້າ ຫຼື ປະໂຫຍດຂັ້ນສູງຂື້ນໄປທາງຈິດໃຈ ຫຼື ຄຸນນະທັມ) ກໍຄື ຄວາມບໍ່ປະໝາດ.

ສັງຂາຣ (ສິ່ງທີ່ເປັນປັດໄຈປຸງແຕ່ງຂື້ນ) ທັງຫຼາຍ ມີຄວາມເສື່ອມສິ້ນໄປເປັນທຳມະດາ ທ່ານທັງຫຼາຍຈົ່ງຍັງຄວາມບໍ່ປະໝາດໃຫ້ເຖິງພ້ອມເຖີດ.

ຄວາມບໍ່ປະໝາດ ຍ່ອມເປັນໄປເພື່ອປະໂຫຍດຍິ່ງໃຫຍ່, ເພື່ອຄວາມດຳລົງໝັ້ນ ບໍ່ເສື່ອມສູນ ບໍ່ອັນຕະຣະທານ ແຫ່ງສັດທັມ.


ທີ່ມາ : http://www.dhammathai.org/bd/01.php

No comments:

Post a Comment