Friday, November 12, 2010

ກັນລະຍານະມິດ : ການມີເພື່ອນທີ່ດີ

ກັນລະຍານະມິດ(ກັລຍານະມິຕ) (ຄວາມມີກັນລະຍານະມິດ ຄື ມີຜູ່ສັ່ງສອນ ທີ່ປຶກສາ ເພື່ອນທີ່ຄົບຫາແລະບຸກຄົນຜູ່ແວດລ້ອມທີ່ດີ, ຄວາມຮູ້ຈັກເລືອກເສວະນາບຸກຄົນ ຫຼື ເຂົ້າຮ່ວມໝູ່ກັບທ່ານຜູ້ຊົງປັນຍາ ມີຄວາມສາມາດ ເຊຶ່ງຈະຊ່ວຍແວດລ້ອມ ສະໜັບສະໜຸນ ຊັກຈູງ ຊີ້ຊ່ອງທາງ ເປັນແບບຢ່າງ ຕະຫຼອດຈົນເປັນເຄື່ອງອຸດໜຸນເກື້ອກູນແກ່ກັນ ໃຫ້ດຳເນີນກ້າວໜ້າໄປດ້ວຍດີ ໃນການສຶກສາອົບຮົມ ການຄອງຊີວິດ ການປະກອບກິດຈະການ ແລະທັມມະປະຕິບັດ, ສິ່ງແວດລ້ອມທາງສັງຄົມທີ່ດີ- Kalyāṇamittatā : having good friends; good company; friendship with the lovely; favourable social environment) ຂໍ້ນີ້ເປັນອົງປະກອບພາຍນອກ(external factor; environmental factor).

"ພິກຂຸທັງຫຼາຍ ເມື່ອດວງອາທິດອຸໄທຢູ່ ຍ່ອມມີແສງອະລຸນຂື້ນມາກ່ອນ ເປັນບຸບພະນິມິດສັນໃດ ຄວາມມີກັນລະຍານະມິດກໍເປັນຕົວນຳ ເປັນບຸບພະນິມິດແຫ່ງການເກີດຂື້ນຂອງອາຣະຍະອັຕຖາງຄິກະມັກຄ໌ ສັນນັ້ນ. "

" ຄວາມມີກັນລະຍານະມິດເທົ່າກັບ ເປັນພົມມະຈັນ"(ການຄອງຊີວິດປະເສີດ)ທັງໝົດໂດຍແທ້ ເພາະວ່າ ຜູ່ມີກັນລະຍານະມິດ ເພິ່ງຫວັງສິ່ງນີ້ໄດ້ ຄື ຈັກຈະເຈີນ ຍ່ອມຈະໄດ້ມາເຊິ່ງອະຣິຍະອັຕຖາງຄີກະມັກຄ໌."

" ອາໄສເຮົາຜູ່ມີກັນລະຍານະມິດ " ເຫຼົ່າສັດຜູ່ມີຊາດເປັນທຳມະດາ ກໍພົ້ນຈາກຊາດ ຜູ່ມີຊະຣາເປັນທຳມະດາ ກໍພົ້ນຈາກຊະຣາ ຜູ່ມີມໍຣະນະເປັນທັມມະດາ ກໍພົ້ນຈາກມໍຣະນະ ຜູ່ມີໂສກະປະຣິເທວະທຸກ ໂທມະນັດ ແລະອຸປາຍາສ ເປັນທຳມາດາ ກໍພົ້ນຈາກ ກໍມົ້ມຈາກມໍຣະນະ ຜູ່ມີໂສກະ ປະຣິເທວະທຸກ ໂທມະນັສ ແລະອຸປາຍາສເປັນທຳມາດາ ກໍມົ້ມຈາກໂສກະປະລິເທວະທຸດ ແລະອຸປາຍາສເປັນທຳມະດາ ກໍມົ້ມຈາກຜູ່ມີອາຍຸໂສ ປະຣິເທວະທຸກ , ຜູ່ມີໂສກະປະຣິເທວະທຸກ, ໂທມະນັສ ແລະອຸປາຍາສເປັນທຳມະດາ ກໍມົ້ມຈາກໂສກະ ປະຣິເທວະ ໂທທະນັສ ແລະອຸປາຍາສ".

"ເຮົາເມື່ອແນມເຫັນອົງປະກອບພາຍນອກອື່ນ ແມ່ນແຕ່ພຽງນ້ອຍດຽວ ທີ່ມີປະໂຫຍດຫຼາຍສຳລັບພິກຂຸ ຜູ້ເປັນເສຂະ ເໝືອນຄວາມມີກັລຍານະມິດ, ພິກຂຸຜູ່ມີກັນລະຍານະມິດ ຍ່ອມກຳຈັດອະກຸສົລໄດ້ ແລະຍ່ອມຍັງຄຸນກຸສົນໃຫ້ເກີດຂື້ນ."

ຄວາມມີກັນລະຍານະມິດ ຍ່ອມເປັນໄປເພື່ອປະໂຫຍດຍິ່ງໃຫຍ່, ເພື່ອຄວາມດຳລົງໝັ້ນ ບໍ່ເສື່ອມສູນ ບໍ່ອັນຕະຣະທານແຫ່ງສັດທັມ".

ຈາກ: ພົດຈະນານຸກົມພຸດທະສາດ ສະບັບປະມວນທັມ ໂດຍ :ປ.ອ. ປະຍຸຕໂຕ

No comments:

Post a Comment