Sunday, November 14, 2010

ກັມ 2 : ການກະທຳ

ກັມ ແປວ່າການກະທຳ,( ການກະທຳທີ່ປະກອບດ້ວຍເຈຕະນາ ທາງກາຍກໍຕາມ, ທາງວາຈາກໍຕາມ ແລະທາງໃຈ - Kamma: action,deed).

ກັມນັ້ນ ແບ່ງອອກເປັນສອງຢ່າງດັ່ງນີ້:

1. ອະກຸສົນກັມ : ກັມທີ່ເປັນອະກຸສົນ, ກັມຊົ່ວ, ການກະທຳທີ່ບໍ່ດີ ບໍ່ສະຫຼາດໃນການປະກອບຄວາມດີ, ການກະທຳທີ່ບໍ່ເກີດຈາກສັມມາປັນຍາ(ປັນຍາໃນທາງທີ່ດີ)ເຮັດໃຫ້ເສື່ອມເສັຍຄຸນນະພາບຊີວິດ ໝາຍເຖິງການກະທຳທີ່ເກີດຈາກອະກຸສົນມູນຄື : ໂລພະ, ໂທສະ ແລະໂມຫະ - Akusala-kamma : unwholesome action; evil deed; bad deed).
2. ກຸສົນກັມ : ກັມທີ່ເປັນບຸນເປັນກຸສົນ, ກັມດີ, ການກະທຳທີ່ດີ, ສະຫຼາດໃນການສ້າງຄວາມດີທີ່ປະກອບດ້ວຍປັນຍາ ສົ່ງເສີມຄຸນນະພາບຊີວິດຈິດໃຈ ໝາຍເຖິງ ການກະທຳທີ່ເກີດຈາກກຸສົນມູນ ຄື :ອະໂລພະ, ອະໂທສະ ແລະ ອະໂມຫະ - Kusala-kamma: wholesome action; good deed.

A.I.104,263; It.25,55.

ຕາມແນວທາງພຸດທະສາສະໜາ ກັມ ເປັນອົງປະກອບທີ່ສຳຄັນໃນຫຼັກຄຳສອນ ຜົນຂອງກັມເພິ່ນເອີ້ນວ່າ ວິບາກ. ຖ້າບຸກຄົນເຮັດກັມດີ ຜົນຂອງກັມດີ ກໍຈະເຮັດໃຫ້ນຳມາເຊິ່ງຄວາມສຸກ ຈະເວົ້າວ່າເປັນຜົນບຸນ ເປັນກຸສົນກໍໄດ້. ກັມບາງຢ່າງສາມາດເຮັດໃຫ້ເກີດຜົນປະຈັກຕາ ໃນປັດຈຸບັນທັນດ່ວນ ເຮັດໃຫ້ເຫັນໃນຊາດນີ້ກໍມີ, ບາງຢ່າງ ກໍໃຫ້ຜົນໃນຊາດຕໍ່ໆໄປ ເຊິ່ງໄວຫຼືຊ້າ ຂື້ນຢູ່ກັບອຳນາດຂອງກັມ. ມະນຸດທຸກຄົນເກີດມາມີກັມ ຕ່າງແຕ່ວ່າໃຜຈະມີກັມດີແລະຊົ່ວຫຼາຍ ຫຼື ນ້ອຍຕ່າງກັນພຽງໃດ.

ຄົນເຮົາເກີດມາໃຊ້ກັມເກົ່າ ແລ້ວສ້າງກັມໃໝ່ໄປພ້ອມ. ຖ້າດຳເນີນຊີວິດດ້ວຍຄວາມບໍ່ປະໝາດໃນການສ້າງຄວາມດີ ມີແຕ່ເພີ່ມພູນຄວາມດີໃຫ້ຫຼາຍຂື້ນ ກໍຈະເຮັດໃຫ້ເວນກັມໃດໆທີ່ເຮົາເຮັດໄປໃນອະດີດຕາມເຮົາບໍ່ທັນ. ສຳຄັນຄວນດຳເນີນຊີວິດຢູ່ດ້ວຍການໃຫ້ອະໄພ ແກ່ເພື່ອນມະນຸດດ້ວຍກັນ ແກ່ເພື່ອນມິດສະຫາຍ ເພາະບາງຄັ້ງໃນການດຳເນີນຊີດ ເຮົາອາດຈະມີຂໍ້ບົກຜ່ອງຜິດພາດບາງປະການ ແລ້ວເຮັດໃຫ້ຜິດຂ້ອງໝອງໃຈກັບຄົນອື່ນ ຄວນມີການໃຫ້ອະໄພເພື່ອບໍ່ໃຫ້ມີການຈ່ອງກັມກັນອີກຕໍ່ໄປ.

ການກະທຳໃດໆ ທັງດີແລະຊົ່ວຈະເກີດຂື້ນຄົບອົງປະກອບທີ່ບໍລິບູນໄດ້ ຂື້ນຢູ່ກັບເຈຕະນາ ຫຼື ຄວາມຈົງໃຈທີ່ຈະເຮັດຈະກະທຳ. ເວນກັມໃນໂລກນີ້ມີຈິງ ຢ່າໄດ້ປະໝາດເລີຍ ເຖິງແມ່ນວ່າເຮົາຍັງບໍ່ທັນເຫັນຜົນໄດ້ປະຈັກຕາ ແຕ່ຄວາມຈິງນັ້ນມີຢູ່ຈິງ. ກົດແຫ່ງກັມນີ້ ເປັນສິ່ງມະຫັດສະຈັນ ມີຄວາມລະອຽດອ່ອນບາງຄັ້ງເຮົາບໍ່ອາດສາມາດຢັ່ງຮູ້ໄດ້ ເວັ້ນເສັຍແຕ່ພຣະພຸດທະອົງ. ຍ້ອນແນວນີ້ເອງ ກັມ ຈິ່ງເປັນໜຶ່ງໃນຫຼັກແຫ່ງຄວາມອະຈິນໄຕ (ສິ່ງທີ່ເໜືອຄວາມຄິດເອົາ, ນຶກເອົາຂອງປຸຖຸຊົນ).

ກັມດີຊ່ວຍຊີ້ທາງ ສະຫວ່າງສະໄຫວ
ກັມຊົ່ວພາມົວໝອງ ລຳບາກໃຈ
ກັມໃດເຮັດໄປ ໃຈເບີກບານ
ຈົ່ງກະທຳກັມນັ້ນ ຈິ່ງຈະດີ.

No comments:

Post a Comment